ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ຈະ​ມີ​ປະຊາກອນ​ຫຼາຍ​ທີ່​ສຸດ ​ໃນ​ໂລກ ແຊງ​ໜ້າ​ຈີນ​ໃນ​ກາງ​ປີ​ນີ້


   ຂໍ້​ມູນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ລະບຸ​ເມື່ອ​ວັນ​ທີ 20 ເມສາ ຜ່ານ​ມາ​ວ່າ: ປະເທດ​ອິນ​ເດຍ ຈະ​ກາຍເປັນ​ປະ ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ທີ່​ສຸດ ແຊງ​ໜ້າ​ປະ ເທດ​ຈີນ​ພາຍ​ໃນ​ກາງ​ປີ2023. ປັດຈຸບັນ​ປະຊາກອນ​ຊາວໜຸ່ມ​ຂອງອິນ​ເດຍ 254 ລ້ານ​ຄົນ ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ໄວອາຍຸ 15-24 ປີ ແລະ ​ຖື​ເປັນຈຳນວນ​ຫຼາຍ​ ທີ່ສຸດ​ ໃນ​ໂລກ, ສ່ວນ​ປະຊາກອນຈີນ ​ແມ່ນກຳລັງ​ເຂົ້າ​ສູ່​ສັງຄົມ​ຜູ້​ສູງ ​ອາຍຸນີ້​ອາດ​ເປັນ​ບາດ​ລ້ຽວ​ສຳຄັນ​ຂອງ​ເສດຖະກິດ​ຈີນ​ໃນ​ອະນາຄົດ. ດ້ວຍ​ເຫດ​ນີ້ ປະ ເທດ​ອິນ ​ ເດຍ ຈຶ່ງ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ບັນດາ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ຍັກ​ໃຫຍ່ ໃນ​ການ​ສ້າງ​ຖານ​ການ​ຜະລິດ​ເຊັ່ນ: ບໍລິສັດ Apple ທີ່​ຈະ​ຍ້າຍ​ຖານ​ການ​ຜະລິດ​ບາງ​ສ່ວນ ​ຈາກ​ຈີນ​ມາ​ອິນ​ເດຍ ເພື່ອ​ຫຼີກ​ລ້ຽງ​ຄ່າ​ຈ້າງ​ແຮງ​ງານ​ທີ່​ສູງ. ປະຊາກອນ​ໄວ​ໜຸ່ມ​ເຫຼົ່າ​ນີ້ ຈະ​ມາ​ຂັບ​ເຄື່ອນ​ເສດຖະກິດ​ພາຍ​ໃນ​ປະເທດ​ອີກ​ຫຼາຍ​ປີ​ຕໍ່ໜ້າ ແຕ່​ອາດ​ເກີດ​ ບັນຫາ ຫາກ​ບໍ່​ໄດ້​ຮັບ​ການ​ຈ້າງ​ງານ​ທີ່​ພຽງພໍ ຈຳນວນ​ປະຊາກອນ​ທີ່​ເພີ່ມ​ຂຶ້ນ ອັດຕາ​ການ​ວ່າງ​ງານ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ. ປະເທດ​ຈີນ ກາຍເປັນ​ປະເທດ​ທີ່​ມີ​ປະ ຊາກອນ​ຫຼາຍ​ທີ່​ສຸດ​ໃນ​ໂລກ ນັບ​ແຕ່​ປີ 1950 (ອົງການ​ສະຫະ​ປະຊາ​ຊາດ ເລີ່ມ​ອອກ​ຂໍ້​ມູນ​ປະຊາກອນ). ຕົວເລກປະ ຊາກອນອິນເດຍອາດລື່ນຈີນ, ນີ້​ເປັນ​ພຽງ​ ການ​ຄາດ​ການ ເນື່ອງ​ຈາກ​ຂໍ້​ຈຳກັດ ດ້ານ​ຂໍ້​ມູນ​ປະຊາກອນ ເຮັດ​ໃຫ້​ບໍ່​ສາມາດ​ຄຳນວນ​ວັນ​ທີ​ໄດ້​ຢ່າງ​ຄັກແນ່ ເພາະ​ປະເທດ​ອິນ​ເດຍ ມີ​ການ​ສຳ​ຫຼວດ​ສຳມະໂນ​ຄົວ​ ຄັ້ງ​ຫຼ້າ​ສຸດ ຕັ້ງແຕ່​ປີ 2011. ແນວໃດ​ກໍ​ຕາມ, ອີງ​ຕາມ​ຂໍ້​ມູນ​ດ້ານ​ປະຊາກອນ​ໂລກ​ເປີດເຜີຍ​ຕົວ​ເລກ​ຫຼ້າ​ສຸດ​ປີ 2023 ປະເທດ​ອິນ​ເດຍ​ມີ​ປະຊາກອນ​ຫຼາຍ​ທີ່​ສຸດ​ໃນ​ ໂລກ​ແຊງ​ໜ້າ​ຈີນ​ຄື 1.426.070.070 ຄົນ, ສ່ວນ​ຈີນ​ຕົກ​ມາ​ຢູ່​ອັນ​ດັບ2ໂດຍ​ມີ 1.425.740.427 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/04/2023